
ກຽມຫຍັງແດ່ ກ່ອນວາງແຜນລະບົບໄຟຟ້າໃນບ້ານ?
ເລີ່ມຈາກແບບບ້ານ ກິດຈະວັດ ແລະ ອຸປະກອນທີ່ທ່ານໃຊ້ ເພື່ອໃຫ້ການປຶກສາຊັດເຈນຂຶ້ນ.
ອ່ານບົດຄວາມ
ELECTRICAL & SMART HOME
ອອກແບບລະບົບໄຟຟ້າ ແລະ ບ້ານອັດສະລິຍະ
ໃຫ້ທຸກມື້ຂອງທ່ານ ສະດວກ ແລະ ສະບາຍຂຶ້ນ.
ອອກແບບ · ຕິດຕັ້ງ · ແນະນຳການໃຊ້ງານ
MEET FAIHIQ
ບ້ານທີ່ດີ ຄວນເຮັດໃຫ້ການໃຊ້ຊີວິດງ່າຍຂຶ້ນ.
ໄຟໄຮຄິວ ໃຫ້ບໍລິການອອກແບບ ວາງແຜນ ແລະ ຕິດຕັ້ງລະບົບໄຟຟ້າ ພ້ອມລະບົບບ້ານອັດສະລິຍະ. ເຮົາເຊື່ອມໂຍງແສງໄຟ ມ່ານ ແອ ແລະ ລະບົບເຝົ້າລະວັງ ໃຫ້ຕອບໂຈດການຢູ່ອາໄສຂອງທ່ານ.
ບໍ່ວ່າຈະເປັນບ້ານໃໝ່ ຫຼື ການປັບປຸງ ເຮົາເລີ່ມຈາກຄວາມຕ້ອງການ ແລ້ວວາງລະບົບໃຫ້ເໝາະກັບພື້ນທີ່ ແລະ ການໃຊ້ງານຈິງ.
ຮູ້ຈັກ ໄຟໄຮຄິວOUR SERVICES
ຈາກພື້ນຖານໄຟຟ້າ ສູ່ລາຍລະອຽດທີ່ເຮັດໃຫ້ທຸກມື້ສະດວກຂຶ້ນ.

ວາງແຜນຈຸດໃຊ້ງານ ແລະ ລະບົບຄວບຄຸມ ໃຫ້ສອດຄ່ອງກັບແບບບ້ານ

ເປີດ–ປິດ ແລະ ປັບຄວາມສະຫວ່າງ ຜ່ານລະບົບຄວບຄຸມອັດສະລິຍະ

ຄວບຄຸມການເປີດ–ປິດມ່ານ ແລະ ຕັ້ງເວລາຕາມກິດຈະວັດປະຈຳວັນ

ຄວບຄຸມແອ ແລະ ປັບອຸນຫະພູມ ໃຫ້ເໝາະກັບການພັກຜ່ອນ

ກ້ອງວົງຈອນປິດ ແລະ ລະບົບເຝົ້າລະວັງ ຊ່ວຍໃຫ້ກວດເບິ່ງບ້ານໄດ້ສະດວກ

ເລືອກວິທີເຂົ້າ–ອອກໃຫ້ເໝາະກັບທ່ານ ພ້ອມການຈັດການສິດການໃຊ້ງານ
ພາບປະກອບແນວຄິດ
SMART LIVING, EVERY DAY
ໄຟ ມ່ານ ແລະ ແອ ເຮັດວຽກຮ່ວມກັນໄດ້ ຜ່ານຊຸດຄຳສັ່ງທີ່ວາງແຜນໄວ້.

ຕັ້ງຊຸດຄຳສັ່ງໃຫ້ໄຟເປີດ ມ່ານປັບຕາມເວລາ ແລະ ແອເຮັດວຽກໃນອຸນຫະພູມທີ່ທ່ານເລືອກ.

ລົດແສງໄຟໃຫ້ອ່ອນລົງ ປິດມ່ານ ແລະ ປັບແອໃຫ້ພໍດີ ຜ່ານຊຸດຄຳສັ່ງທີ່ອອກແບບໄວ້ສຳລັບການພັກຜ່ອນ.

ປິດໄຟທີ່ບໍ່ໃຊ້ ປິດມ່ານ ແລະ ຕັ້ງເວລາແອຕາມການນອນ ເພື່ອໃຫ້ທ່ານກຽມພັກຜ່ອນໄດ້ງ່າຍຂຶ້ນ.
ຕົວຢ່າງແນວຄິດການໃຊ້ງານ. ຮູບແບບທີ່ເຮັດໄດ້ຂຶ້ນກັບອຸປະກອນ ແລະ ການອອກແບບລະບົບ.
OUR PROCESS
ຈາກແນວຄິດທຳອິດ ຈົນເຖິງການໃຊ້ງານໃນທຸກມື້.
ຟັງແນວຄິດ ຮູບແບບການໃຊ້ຊີວິດ ແລະ ຂອບເຂດທີ່ທ່ານຕ້ອງການ.
ກຳນົດຈຸດໃຊ້ງານ ແລະ ເລືອກລະບົບໃຫ້ສອດຄ່ອງກັບແບບບ້ານ.
ຈັດວາງອຸປະກອນ ແລະ ຕັ້ງຄ່າການຄວບຄຸມຕາມແຜນທີ່ຕົກລົງ.
ກວດກາການເຮັດວຽກ ພ້ອມແນະນຳວິທີໃຊ້ ແລະ ການດູແລພື້ນຖານ.
PROJECTS & UPDATES
ຮູ້ຈັກລະບົບ ແລະ ກຽມພ້ອມກ່ອນວາງແຜນບ້ານຂອງທ່ານ.

ເລີ່ມຈາກແບບບ້ານ ກິດຈະວັດ ແລະ ອຸປະກອນທີ່ທ່ານໃຊ້ ເພື່ອໃຫ້ການປຶກສາຊັດເຈນຂຶ້ນ.
ອ່ານບົດຄວາມ
ເລືອກຊ່ວງເວລາທີ່ທ່ານຢາກໃຫ້ງ່າຍຂຶ້ນ ແລ້ວວາງແຜນໃຫ້ໄຟ ມ່ານ ແລະ ແອເຮັດວຽກຮ່ວມກັນ.
ອ່ານບົດຄວາມ
ຮູ້ຈັກຂັ້ນຕອນການຕັ້ງຄ່າ ທົດສອບ ແລະ ຮຽນຮູ້ວິທີໃຊ້ລະບົບ ກ່ອນເລີ່ມໃຊ້ໃນທຸກມື້.
ອ່ານບົດຄວາມLET’S CREATE YOUR SMART HOME
ກຳລັງສ້າງບ້ານໃໝ່ ຫຼື ປັບປຸງບ້ານເກົ່າ? ມາວາງແຜນລະບົບໄປພ້ອມກັນ.